ຂ່າວສັງຄົມ-ການເມືອງ

ເປັນເຈົ້າການຕິດຕາມກວດກາແກ້ໄຂປະກົດການຫຍໍ້​ທໍ້​ການ
ສໍ້ລາດບັງຫລວງຢູ່ໃນການຈັດຕັ້ງ ແລະ ຖົນແຖວພະນັກງານ

(ເນື່ອງໃນວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 8 ປີ (9/12/2003-9/12/2011)

ໄປຄຽງຄູ່ກັບຜົນການຈັດຕັ້ງ ແລະ ເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງກໍ່ຍັງມີຫລາຍບັນຫາຂໍ້ຄົງຄ້າງທີ່ຈະຕ້ອງໄດ້
ປັບປຸງແກ້ໄຂເປັນຕົ້ນ: ຄະນະພັກ, ອົງການປົກຄອງ, ອົງການກວດກາລັດຫລາຍບ່ອນ, ຫລາຍຂະແໜງການບໍ່ທັນໄດ້ເອົາໃຈໃສ່ໂຄສະນາສຶກສາອົບ
ຮົມເຜີຍແຜ່ບັນດາມະຕິ, ຄຳສັ່ງ, ລະບຽບ-ກົດຫມາຍບໍ່ທັນທົ່ວເຖິງເປັນຕົ້ນກົດຫມາຍວ່າດ້ວຍການຕ້ານການສໍ້ລາດບັງຫລວງບໍ່ກ້ວາງຂວາງ ຈຶ່ງເຮັດ
ໃຫ້ຄວາມຮັບຮູ້ຄວາມເຂົ້າໃຈຂອງພະນັກງານສະມາຊິກພັກ ແລະ ປະຊາຊົນຕໍ່ກັບວຽກງານຕ້ານການສໍ້ລາດບັງຫລວງບໍ່ເລິກເຊິ່ງ, ບໍ່ທັນເຫັນໄດ້ຜົນ
ຮ້າຍ ແລະ ບໍ່ຕັ້ງຫນ້າປະກອບສ່ວນເຂົ້າຮ່ວມວຽກດັ່ງກ່າວຕາມພັນທະຫນ້າທີ່ຂອງຕົນ.

– ການຄົ້ນຄ້ວາສ້າງແຜນຍຸດທະສາດ, ແຜນງານ, ໂຄງການ, ດຳລັດວ່າດ້ວຍການແຈ້ງຊັບສິນ ແລະ ນະໂຍບາຍຊຸກຍູ້ສົ່ງເສີມ, ປົກປ້ອງຜູ້ເຂົ້າ
ຮ່ວມໃນການສະກັດກັ້ນ-ຕ້ານການສໍ້ລາດບັງຫລວງບໍ່ທັນໄດ້ກຳນົດອອກເປັນອັນລະອຽດ.

– ອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມສ່ວນຫລາຍບໍ່ທັນໄດ້ເປັນເຈົ້າການເຄື່ອນ
ໄຫວຢ່າງຕັ້ງຫນ້າໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງທີ່ໄດ້ກຳນົດໄວ້ໃນກົດຫມາຍ, ຄວາມຮັບຜິດຊອບໃນການຕິດຕາມກວດກາບໍ່ທັນ
ສູງ, ການແກ້ໄຂປະກົດການຫຍໍ້ທໍ້ສໍ້ລາດບັງຫຼວງທີ່ເກີດຂຶ້ນໃນຂອບເຂດຄຸ້ມຄອງຂອງຕົນບໍ່ເດັດຂາດເຂັ້ມງວດ.

– ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນສ່ວນ ຫລາຍບໍ່ທັນເປັນເຈົ້າການປະຕິບັດສິດ ແລະ ພັນທະຂອງຕົນປະກອບສ່ວນເຂົ້າໃນ
ວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫລວງດ້ວຍການຮ່ວມມື, ອຳນວຍຄວາມສະດວກ, ສ່ອງແສງລາຍງານ, ສະຫນອງຂໍ້ມູນ, ຫລັກຖານໃຫ້ແກ່ອົງ
ການທີ່ມີສິດ ແລະ ຫນ້າທີ່ກ່ຽວຂ້ອງຢ່າງທັນການ.

– ຄະນະຊີ້ນຳຕ້ານການສໍ້ລາດບັງຫລວງຂັ້ນສູນກາງບໍ່ທັນໄດ້ຮັບການປັບປຸງ, ຄະນະຊີ້ນຳຂັ້ນແຂວງບໍ່ທັນໄດ້ສ້າງຕັ້ງ; ພາລະບົດບາດ, ສິດ, ໜ້າ
ທີ່ຂອງຄະນະຊີ້ນຳຕ້ານການສໍ້ລາດບັງຫລວງ ຂັ້ນສູນກາງ ແລະ ຂັ້ນແຂວງບໍ່ທັນໄດ້ກຳນົດອອກ.

– ການເຄື່ອນໄຫວດຳເນີນການກວດກາສະກັດກັ້ນ, ຕ້ານການສໍ້ລາດບັງຫລວງຂອງອົງການກວດກາລັດແຕ່ລະຂັ້ນບໍ່ທັນແຂງແຮງ, ການເກັບກຳຂໍ້
ມູນ, ຫລັກຖານທີ່ເປັນການສໍ້ລາດບັງຫລວງບໍ່ທັນເຮັດໄດ້ດີ, ຄົບ ຖ້ວນ ແລະ ຊັດເຈນ; ການປະສານສົມທົບລະຫວ່າງອົງການກວດກາລັດກັບພາກສ່ວນ
ທີ່ກ່ຽວຂ້ອງບໍ່ທັນໄດ້ດີ, ຄວາມເປັນເອກະພາບໃນການແກ້ໄຂບໍ່ທັນສູງ, ຈຶ່ງເຮັດໃຫ້ຜູ້ກະທຳຜິດບໍ່ຖືກປະຕິບັດວິໄນຕາມລະບຽບກົດຫມາຍຢ່າງເຂັ້ມງວດ,
ເດັດຂາດ ແລະ ທັນການ.

– ການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນບໍ່ທັນກ້ວາງຂວາງ, ການຍາດແຍ່ງເອົາບົດຮຽນ, ທຶນຮອນ, ວັດຖຸອຸປະ
ກອນມານຳໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງຍັງເຮັດໄດ້ຫນ້ອຍ. ເຖິງຢ່າງໃດກໍ່ດີ, ໃນຕໍ່ຫນ້າພັກ ແລະ ລັດຖະບານກໍ່ຍັງ
ຖືວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງເປັນບັນຫາສຳຄັນລະດັບຊາດທີ່ຈະຕ້ອງໄດ້ຕໍ່ສູ້ຍາວນານ, ເຮັດເປັນລະບົບຄົບຊຸດ, ຮອບດ້ານ,
ເປັນປະຈຳ, ປົກກະຕິ, ຕໍ່ເນື່ອງ ແລະ ຕ້ອງນຳໃຊ້ທຸກກຳລັງແຮງທົ່ວສັງຄົມ. ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງຕ້ອງຖືເອົາການສະກັດ
ກັ້ນເປັນຕົ້ນຕໍໂດຍເອົາການສຶກສາອົບຮົມເປັນກົກ, ຖືເອົາການຕ້ານເປັນສຳຄັນໂດຍດຳເນີນການກວດກາຢ່າງເຂັ້ມງວດ, ທັນການ, ພາວະວິໄສ, ຊັດເຈນ
ແລະ ມີຄວາມຍຸຕິທຳ. ຄະນະພັກ, ອົງການປົກຄອງແຕ່ລະຂັ້ນຕ້ອງເປັນເຈົ້າການຕິດຕາມກວດກາ, ແກ້ໄຂປະກົດການຫຍໍ້ທໍ້, ການສໍ້ລາດບັງຫລວງຢູ່
ໃນການຈັດຕັ້ງ ແລະ ຖັນແຖວພະນັກງານທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນຢ່າງເຂັ້ມງວດເດັດຂາດ; ໃນນັ້ນໃຫ້:

1). ສືບຕໍ່ໂຄສະນາເຜີຍແຜ່ກົດຫມາຍວ່າດ້ວຍການຕ້ານການສໍ້ລາດບັງຫລວງ, ກົດໝາຍດ້ວຍການກວດກາລັດ ແລະ ນິຕິກຳອື່ນໆກ່ຽວກັບວຽກ
ງານສະກັດກັ້ນຕ້ານການສໍ້ລາດບັງຫລວງໃຫ້ແກ່ພະນັກງານ-ລັດຖະກອນ, ສະມາຊິກພ້ອມພົນລະເມືອງໃຫ້ທົ່ວເຖິງເລິກເຊິ່ງ ແລະ ເປັນປົກກະຕິດ້ວຍ
ຮູບການຝຶກອົບຮົມ, ສຳມະນາ, ວິທະຍຸ, ວາລະສານ, ຫນັງສືພິມ ແລະ ອື່ນໆໃຫ້ເຫັນໄດ້ຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງການສໍ້ລາດບັງ
ຫລວງ, ຮັບຮູ້ເຂົ້າໃຈ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບ ແລະ ປະຕິບັດລະບຽບ-ກົດໝາຍຢ່າງເຂັ້ມງວດພ້ອມທັງເປັນເຈົ້າການເຂົ້າຮ່ວມຕ້ານການສໍ້ລາດ
ບັງຫລວງຢ່າງເປັນຂະບວນ.

2). ຄົ້ນຄ້ວາສ້າງ ແລະ ປັບປຸງນິຕິກຳຕ່າງໆກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງບັນດາຂໍ້ຫ້າມໃຫ້ເປັນລະບົບຄົບຖ້ວນ
ເປັນຕົ້ນຮີບຮ້ອນສ້າງແຜນຍຸດທະສາດກ່ຽວກັບວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ; ສ້າງຮ່າງດຳລັດວ່າດ້ວຍການແຈ້ງຊັບສິນເພື່ອນຳສະ
ເຫນີລັດຖະບານພິຈາລະນາ, ພ້ອມກັນນັ້ນອົງການກວດກາລັດຖະບານສ້າງເປັນໂຄງການ ແລະ ແຜນການຈັດຕັ້ງປະຕິບັດ.

3). ຄະນະພັກ, ອົງການປົກຄອງທຸກຂັ້ນ ແລະ ຂະແໜງການຕ່າງໆຕ້ອງເພີ່ມທະວີຄວາມຮັບຜິດຊອບຊີ້ນຳ-ນຳພາວຽກງານສະກັດກັ້ນ ແລະ
ຕ້ານການສໍ້ລາດບັງຫລວງໃຫ້ແຂງແຮງຂຶ້ນກ່ວາເກົ່າ, ດຳເນີນການກວດກາໃຫ້ເປັນລະບົບຄົບຊຸດ, ຮອບດ້ານເປັນປົກກະຕິ, ພ້ອມທັງມີຄວາມຮັບຜິດ
ຊອບໃນການຄຸ້ມຄອງ, ຕິດຕາມ, ກວດກາຕີລາຄາການເຄື່ອນໄຫວປະຕິບັດຫນ້າທີ່ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ເປັນເຈົ້າການ
ແກ້ໄຂການສໍ້ລາດບັງຫລວງທີ່ເກີດຂຶ້ນຢູ່ໃນຂອບເຂດຄຸ້ມຄອງຂອງຕົນໃຫ້ເຂັ້ມງວດທັນການ.

4). ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງຕົນໃຫ້ມີຄວາມໂປ່ງໃສເຂັ້ມແຂງ; ນຳໃຊ້ເຕັກໂນໂລຊີເຂົ້າໃນ
ການຄຸ້ມຄອງຕິດຕາມ, ກວດກາ, ຕຳນິ, ສົ່ງຂ່າວ ເຊິ່ງກັນ ແລະ ກັນຕໍ່ກັບການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ; ກຳນົດພາລະບົດບາດ,
ນະໂຍບາຍ, ກົນໄກການຄຸ້ມຄອງການບໍລິຫານລັດ ແລະ ນິຕິກຳຕ່າງໆໃຫ້ຈະແຈ້ງ, ຮັດກຸມເພື່ອຈຳກັດຊ່ອງວ່າງທີ່ຈະພາໃຫ້ເກີດມີການສໍ້ລາດບັງຫລວງ.

5). ອົງການກວດກາລັດ ຫລື ອົງການຕ້ານການສໍ້ລາດບັງຫລວງ ແຕ່ລະຂັ້ນຕ້ອງຈັດຕັ້ງດຳເນີນການກວດກາຕໍ່ການຈັດຕັ້ງ ແລະ ພະນັກງານ-
ລັດຖະກອນ, ທະຫານ, ຕຳຫລວດເປັນຕົ້ນ: ພະນັກງານນຳພາ-ຄຸ້ມຄອງ ແລະ ຜູ້ເປັນຫົວຫນ້າຢູ່ໃນຂົງເຂດວິສາຫະກິດຂອງລັດ, ໂຄງການ, ພາສີ-
ອາກອນ, ທີ່ດິນ, ປ່າໄມ້, ຂົວທາງ, ຊັ່ງນ້ຳຫນັກ,​ ຄຸ້ມຄອງການລົງທຶນ, ຂົງເຂດຍຸຕິທຳ ແລະ ຂົງເຂດອື່ນໆ. ເມື່ອມີປະກົດການສໍ້ລາດບັງຫລວງເຊັ່ນ:
ການສວຍໃຊ້ຫນ້າທີ່, ຕຳແໜ່ງຮັບສິມບົນ, ຍັກຍອກ, ສໍ້ໂກງ ແລະ ພຶດຕິກຳອື່ນໆຜ່ານການກວດກາ, ສືບສວນ-ສອບສວນມີຂໍ້ມູນ, ຫລັກຖານໜັກ
ແໜ້ນຮັດກຸມແລ້ວເຫັນວ່າມີພຶດຕິກຳສໍ້ລາດບັງຫລວງຕ້ອງສະຫລຸບຄະດີ ແລະ ປະກອບສຳນວນສົ່ງໃຫ້ໄອຍະການພິຈາລະນາ ສັ່ງຟ້ອງຂຶ້ນສານ,
ກໍລະນີກະທຳຜິດໃນສະຖານເບົາສະເຫນີໃຫ້ອົງການກ່ຽວຂ້ອງແກ້ໄຂທາງດ້ານບໍລິຫານ.

6). ສືບຕໍ່ພົວພັນຮ່ວມມື, ແລກປ່ຽນບົດຮຽນ, ຍາດແຍ່ງການຊ່ວຍເຫລືອທຶນຮອນຈາກບັນດາປະເທດເພື່ອນມິດ, ບັນດາປະເທດພາກພື້ນອາຊີ
ແລະ ອົງການຈັດຕັ້ງສາກົນກ່ຽວກັບວຽກງານຕ້ານການສໍ້ລາດບັງຫລວງ, ສຳເລັດການສ້າງບົດປະເມີນຜົນຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດສົນ
ທິສັນຍາສະເພາະປະຊາຊາດວ່າດ້ວຍການຕ້ານການສໍ້ລາດບັງຫລວງ.

Leave a Reply.....

Fill in your details below or click an icon to log in:

WordPress.com Logo

You are commenting using your WordPress.com account. Log Out / ປ່ຽນ )

Twitter picture

You are commenting using your Twitter account. Log Out / ປ່ຽນ )

Facebook photo

You are commenting using your Facebook account. Log Out / ປ່ຽນ )

Google+ photo

You are commenting using your Google+ account. Log Out / ປ່ຽນ )

Connecting to %s